ລົມກັນ

Friday, November 28, 2008

ແກ໋ງໄວຫນຸ່ມອາລະວາດຕີກັນ ເສຍຊີວິດ 1 ຄົນ

ຂ່າວຈາກຫນັງສືພິມລາວພັດທະນາ ສະບັບວັນທີ 25 ພະຈິກ 2008 ໃຫ້ຮູ້ວ່າ ປກສ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃຫ້ຂໍ້ມູນມາວ່າ: ເຫດການສະເທືອນຂວັນດັ່ງກ່າວໄດ້ເກີດຂຶ້ນໃນເວລາເກືອບທ່ຽງຄືນຂອງວັນທີ 16 ພະຈິກ ທີ່ຜ່ານມາ ຢູ່ຮ້ານອາຫານນ້ຳນຶ່ງ ບ້ານໂພນຄຳ ເມືອງນາຊາຍທອງ, ເມື່ອແກ໋ງໄວຫນຸ່ມຈາກບ້ານອີ່ໄລຈຳນວນ 7 ຄົນ ແລະແກ໋ງໄວຫນຸ່ມຈາກບ້ານໂພນມ່ວງ ປະມານ 10 ຄົນ ເຊິ່ງພວມນັ່ງດື່ມເບຍຢູ່ຮ້ານດັ່ງກ່າວດ້ວຍຄວາມມຶນເມົາ ແລ້ວເກີດຜິດຖຽງກັນຮຸນແຮງ ເປັນເຫດໃຫ້ມີການປະທະກັນ ເຊິ່ງທັງສອງຝ່າຍຕ່າງໃຊ້່ງ້າວເປັນອາວຸດເຂົ້າຟັນກັນ,​ຝ່າຍໄວຫນຸ່ມບ້ານໂພນມ່ວງໃຊ້ງ້າວ ຟັນເຂົ້າກະໂຫລກຫົວຂອງ ທ້າວປານ ອາຍຸ 20 ປີ ຢູ່ບ້ານອີ່ໄລໃຕ້ຈົນເສຍຊີວິດຄາທີ່ ແລະຝ່າຍໄວຫນຸ່ມບ້ານອີ່ໄລກໍໃຊ້ງ້າວຟັນຖືກຫົວທ້າວ ໂບ້ ຈົນເຈັບສາຫັດ.

ປັດຈຸບັນເຈົ້າຫນ້່າທີ່ພວມນຳຈັບຫົວໂປ່ແກ໋ງໄວຫນຸ່ມດັ່ງກ່າວ ທີ່ພວມຫລົບຫນີເພື່ອນຳມາດຳເນີນຄະດີໃຫ້ໄດ້.

ນອກນີ້ເຈົ້າຫນ້າທີ່ ປກສ ເມືອງນາຊາຍທອງ ຍັງໃຫ້ຮູ້ຕື່ມວ່າ: ການອາລະວາດຕີກັນຂອງຂະບວນ ແກ໋ງໄວຫນຸ່ມ ຕາມຮ້ານກິນດື່ມ ນັບມ໋ື້ນັບຮຸນແຮງຂຶ້ນ ເນື່ອງຈາກບັນດາຮ້ານອາຫານ ກິນດື່ມເຫລົ່ານັ້ນຈຳນວນນຶ່ງ ດຳເນີນກິດຈະການໂດຍບໍໄດ້ຮັບການອະນຸຍາດ ຈຶ່ງເຮັດໃຫ້ການຄຸ້ມຄອງ ແລະກວດກາພົບຄວາມຫຍຸ້ງຍາກ.

ນັບແຕ່ບຸນນະມັດສະການພະທາດຫລວງເປັນຕົ້ນມາ ສະເພາະບ້ານສົງເປືອຍ ເກີດມີການອາລະວາດຕີກັນເຖິງ 3 ເທື່ອ ຈົນເຮັດໃຫ້ອຳນາດການປົກຄອງເມືອງສັ່ງປິດຮ້ານກິນດື່ມເຫລົ່ານັ້ນມາແລ້ວ 2 ຮ້ານ ແລະອີກຈຳນວນນຶ່ງ ແມ່ນໄດ້ເອີ້ນເຈົ້າຂອງຮ້ານມາຕັກເຕືອນ ແລະສຶກສາອົບຮົມ.

No comments: