ລົມກັນ

Saturday, November 22, 2008

ພະຍາດອັກເສບຕັບລະບາດຢູ່ແຂວງວຽງຈັນ ພົບຜູ້ປ່ວຍ 200 ກວ່າຄົນ

ຕາມຂໍ້ມູນຈາກ ຫນັງສືພິມ ເສດຖະກິດ-ສັງຄົມ ສະບັບວັນທີ 21/11/08

ທ່ານ ນາງ ດຣ. ຈັນຫອມ ຄອນສະຫວັນ ຫົວຫນ້າຂະແຫນງເດັກຕຶກພາຍໃນ ທັງເປັນຜູ່ຮັບຜິດຊອບວຽກງານ ລະບາດວິທະຍາຂອງໂຮງຫມໍແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ ນັບແຕ່ວັນທີ 11-16 ຕຸລາ 2008 ທີ່ຜ່ານມາ ໄດ້ມີຄົນເຈັບເຂົ້າມາກວດພະຍາດ ແລະປິ່ນປົວ ເນື່ອງຈາກເປັນພະຍາດອັກເສບຕັບ A ຢູ່ໂຮງຫມໍແຂວງວຽງຈັນເຖິງ 200 ກວ່າຄົນ ເຊິ່ງການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ກວມເອົາ 7 ເມືອງຄື:

- ເມື່ອງວຽງຄຳ 82 ກໍລະນີ.
- ເມືອງແກ້່ວອຸດົມ 54 ກໍລະນີ.
- ເມືອງໂພນໂຮງ 42 ກໍລະນີ.
- ເມືອງທຸລະຄົມ 30 ກໍລະນີ.
- ເມືອງຫີນເຫີບ 4 ກໍລະນີ.
- ເມືອງວັງວຽງ 1 ກໍລະນີ.
- ເມືອງເຟືອງ (ບໍ່ຮູ້ໂຕເລກແນ່ນອນ).

ປະຈຸບັນຍັງບໍ່ມີລາຍງານວ່າມີຜູ້ເສຍຊີວິດຍ້ອນ ພະຍາດດັ່ງກ່າວເທື່ອ ເຊິ່ງຜູ້ເຈັບເປັນສ່ວນໃຫຍ່ແມ່ນຢູ່ໃນເກນອາຍຸ 10-20 ປີ ຮອງລົງມາແມ່ນ ຕ່ຳກວ່າ 10 ປີ ແລະສູງກວ່າ 20 ປີມີຈຳນວນຫນ້ອຍນຶ່ງ.

ສາເຫດຂອງການແຜ່ລະບາດຄັ້ງນີ້ ມາຈາກນ້ຳ ແລະອາຫານບໍ່ສະອາດທີ່ປົນເປື້ອນພະຍາດດັ່ງກ່າວ ເຊິ່ງຕິດຕໍ່ຈາກການໃຊ້ພາຊະນະຮ່ວມກັນ ເຊັ່ນຖ້ວຍບ່ວງຈອກ ແລະວິດຖ່າຍທີ່ບໍ່ສະອາດ.

ອາການຂອງຄົນທີ່ເປັນພະຍາດຕັບອັກເສບເອ ແມ່ນມີອາການລ່າເຫລືອງຜິດປົກກະຕິ, ນ້ຳປັດສະວະມີສີເຂັ້ມ, ເມື່ອຍເພຍ, ປວດຮາກ ແລະກິນເຂົ້າບໍ່ແຊບ, ເຈັບທ້ອງ, ເຈັບຈຸກຢູ່ທ້ອງເບື້ອງຂວາ. ທ່ານນາງ ດຣ. ຈັນຫອມ ຄອນສະຫວັນ ໄດ້ແນະນຳໃຫ້ປະຊາຊົນໃນເຂດດັ່ງກ່າວຈົ່ງເພີ່ມຄວາມລະວັງໃນການກິນຢູ່ ຕ້ອງກິນອາຫານສະອາດ ຕົ້ມນ້ຳໃຫ້ສຸກ ແລະໃຊ້ວິດຖ່າຍ ສຳຄັນລ້າງມືໃຫ້ສະອາດທຸກຄັ້ງ ແລະຮັກສາອະນາໄມ ພາຊະນະໃສ່ຂອງກິນ.

No comments: