ລົມກັນ

Friday, November 28, 2008

ໂຈນຫັກຫລັງໂຈນ

ຕາມຂ່າວຈາກ ຫນັງສືພິມ ລາວພັດທະນາ ສະບັບວັນທີ 25 ພະຈິກ 2008 ທາງເຈົ້າຫນ້າທີ່ ປກສ ເມືອງຈັນທະບູລີ ເປີດເຜີຍວ່າ: ຍ້ອນໂຈນ ຈຶ່ງສາມາດຈັບໂຈນໄດ້.

ເຫດການດັ່ງກ່າວເກີດຂຶ້ນເມື່ອຕົ້ນເດືອນຕຸລາທີ່ຜ່ານມາ, ຜູ້ເປັນໂຈນທັງສອງຄື: ທ້າວ ອັກສອນສະຫວັນ ອາຍຸ 20 ປີ ຢູ່ບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ແລະ ທ້າວ ແບ໋ງ ອາຍຸ 26 ປີ ຢູ່ບ້ານນາຄອງ ເມືອງທຸລະຄົມ ແຂວງວຽງຈັນ ທີ່ມາພັກເຊົາຢູ່ບ້ານສີບຸນເຮືອງ, ທັງສອງໄດ້ປຶກສາຫາລື ວາງແຜນກັນ ເຂົ້າໄປລັກເຄື່ອງໃນຮ້ານ ຄອມພິວເຕີ້ແຫ່ງນຶ່ງ ຢູ່ບ້ານສະຫວ່າງເມືອງຈັນທະບູລີ.

ເມື່ອຮູ້ເປົ້າຫມາຍ ແລະວາງແຜນລະອຽດແລ້ວ ທ້າວອັກສອນສະຫວັນ ເລີຍຫັກຫລັງຫມູ່ ແທນທີ່ຈະໄປລັກພ້ອມກັນ ຕົນຊ້ຳຜັດສວຍໂອກາດລົງມືກ່ອນ ເຊິ່ງໄດ້ລັກເອົາ ຄອມພິວເຕີ້ຕັ້ງໂຕະ 1 ຫນ່ວຍ, Laptop 1 ຫນ່ວຍ, ກ້ອງຖ່າຍຮູບ Digital 1 ຫນ່ວຍ: Harddisk 1 ອັນ, ໂທລະສັບມືຖື 2 ຫນ່ວຍ ແລະເງິນສົດ 15,600 ບາດ. ເມື່ອທ້າວ ແບ໋ງ ຮູ້ເລື່ອງດັ່ງກ່າວກໍເກີດໂມໂຫ ທີ່ຫມູ່ຫັກຫລັງ ເລີຍໂທໄປຫາເຈົ້າຂອງຮ້ານເພື່ອຂູ່ເອົາເງິນ ໂດຍບອກເຈົ້າຂອງວ່າ ຕົນຮູ້ລາຍລະອຽດວ່າໃຜລັກເຄື່ອງ ຖ້າຢາກຮູ້ໃຫ້ເອົາເງິນມາໃຫ້ ຈຳນວນ 5000 ບາດ ແລ້ວຈະບອກເລື່ອງທັງຫມົດ.

ເມື່ອເປັນເຊັ່ນນັ້ນ ທາງເຈົ້າຂອງຮ້ານ ຈຶ່ງໄດ້ໂທລະສັບແຈ້ງເຈົ້າຫນ້າທີ່ຕຳຫລວດ ເພື່ອສືບຫາຄົນຮ້າຍລາຍດັ່ງກ່າວ, ຈາກນັ້ນເຈົ້າຫນ້າທີ່ກໍສາມາດນຳຈັບ ທ້າວອັກສອນສະຫວັນ ມາດຳເນີນຄະດີຕາມກົດຫມາຍບ້ານເມືອງໄດ້ ແລະຕົກມາຮອດກາງເດືອນຕຸລາ ຈຶ່ງສາມາດນຳຈັບທ້າວແບ໋ງ ແລະພັກພວກອີກສອງຄົນໄດ້ ແລະພວກກ່ຽວກໍໄດ້ສາລະພາບວ່າ ນອກຈາກຮ້ານນີ້ແລ້ວ ຫວ່າງເດືອນສິງຫາທີ່ຜ່ານມາກໍໄດ້ລັກເຄື່ອງຢູ່ຮ້ານຄອມພິວເຕີ້ ອີກແຫ່ງນຶ່ງມາກ່ອນແລ້ວ.

ປັດຈຸບັນທາງເຈົ້າຫນ້່າທີ່ພວມດຳເນີນຄະດີກັບພວກກ່ຽວຕາມລະບຽບກົດຫມາຍ ສ່ວນເຄື່ອງທີ່ລັກມາ ແມ່ນໄດ້ມອບໃຫ້ທາງຮ້ານຄືນ ເຊິ່ງເຄື່ອງທັງຫມົດແມ່ນຍັງຢູ່ຄົບ ເພາະທ້າວອັກສອນສະຫວັນບໍ່ທັນໄດ້ເອົາໄປຂາຍເທື່ອ ຍັງເຊື່ອງໄວ້ຢູ່ພາຍໃນເຮືອນຂອງຕົນເອງ ແຕ່ເງິນຈຳນວນ 15,600 ບາດ ແມ່ນໃຊ້ຈ່າຍຫມົດແລ້ວ.

ນີ້ລະຄວາມໂລບມາກໂລພາ ອິດສາບັງບຽດ ສຸດທ້າຍກໍຖືກຈັບໄດ້ ເຮັດຜິດຍ່ອມຫນີບໍ່ລອດ.

No comments: