ລົມກັນ

Friday, December 26, 2008

ການດື່ມເຫລົ້າ

ໃນລະຍະເທດສະການ (ບໍ່ແມ່ນຂອງບ້ານເຮົາ) ແບບນີ້ ກໍມີຫລາຍຄົນທີ່ໄປຕາມກະແສ ອັນນີ້ກໍຫ້າມກັນບໍ່ໄດ້ ແຕ່ສິ່ງນຶ່ງທີ່ມານຳເທດສະການ ກໍຄືການສະຫລອງ ເມື່ອມີງານສັງສັນສະຫລອງແລ້ວ ສິ່ງທີ່ຂາດບໍ່ໄດ້ກໍແມ່ນການດື່ມກິນ ດື່ມສິ່ງມຶນເມົາ ຕາມຕົວເລກສະຖິຕິຈາກກົມຕຳຫລວດຈະລາຈອນ ໃນເດືອນ 11 ປີ 2008 ມີອຸບັດຕິເຫດໃນນະຄອນຫລວງທັງຫມົດ 170 ຄັ້ງ ໃນນັ້ນສາເຫດຈາກການດື່ມເຫລົ້່າ ມີເຖິງ 84 ລາຍ ເກືອບເຄິ່ງນຶ່ງເນາະ ແລະໃນລະຍະ ວັນທີ 26/12/07-1/1/08 (ປີໃຫມ່ປີກາຍນີ້) ມີອຸບັດຕິເຫດໃນນະຄອນຫລວງ 77 ຄັ້ງ ສາເຫດຈາກການດື່ມເຫລົ້າມີ 49 ລາຍ ສັງເກດເບິ່ງວ່າໃນລະຍະເທດສະການ ພຽງ 5 ມື້ ມີອຸບັດຕິເຫດເຖິງ 77 ຄັ້ງ.


ອາດຍ້ອນຫຍັງບໍ່ຊາບ ຍ້ອນເຈົ້າຫນ້າທີ່ບໍ່ເຄັ່ງຄັດ ຫລືຍ້ອນຄົນບໍ່ປະຕິບັດ ຫລືຍ້ອນຮ້ານບັນເທີງຫລາຍເກີນໄປ ຫລືຍ້ອນລັດຖະບານບໍ່ເອົາໃຈໃສ່ ຫລືຫຍັງກໍບໍ່ຊາບ ແຕ່ມີຕົວຢ່າງຈາກຕ່າງປະເທດ ທີ່ຢາກໃຫ້ອ່ານນຳກັນ ແລ້ວລອງຄືດເບິ່ງວ່າສາເຫດມາຈາກໃສ່ກັນແທ້.


ຄັດມາຈາກວາລະສານລານຄຳ ສະບັບ 04 ຊື່ບົດຄວາມວ່າ "ຄົນສະວີເດັນກິນເຫລົ້າຢ່າງໃດ"


ມື້ພາໄປລາດຊະອານາຈັກສະວີເດັນ ຫລື ອ່ານຕາມພາສາຝຣັ່ງວ່າ ຊູແອັດ ເພື່ອເບິ່ງວັດທະນະທຳການບໍລິໂພກເຫລົ້າ ຫລືການດື່ມຂອງເຂົາເຈົ້າ.

ປະເທດສະວີເດັນ ຫລາຍຄົນເຄີຍໄດ້ຍິນ ແຕ່ບໍ່ຮູ້ວ່າເປັນຫຍັງປະເທດນີ້ຈຶ່ງມີຊື່ສຽງ ສະວີເດັນເປັນປະເທດທີ່ຮັ່ງມີປະເທດນຶ່ງ ທີ່ມີເນື້ອທີ່ພຽງແຕ່

449,964 km2 ແລະມີປະຊາກອນ ເກົ້າລ້ານປາຍຄົນເທົ່ານັ້ນ ເຊິ່ງຖືວ່າຫນ້ອຍຖ້າທຽບໃສ່ບັນດາປະເທດໃນເອີຣົບທັງຫລາຍ. ປະເທດສະວີເດັນເຄີຍຍິ່ງໃຫຍ່

ແລະຮຸ່ງເຮືອງທີ່ສຸດໃນສະຕະວັດທີ 17 ຫາ 18 ປົກຄອງປະເທດ ນໍເວ ແລະ ຟິນແລນ ປະເທດທາງຕາເວັນຕົກຂອງຣັດເຊຍ ແລະເອີຣົບກາງ

ຮອດຕົ້ນສັດຕະວັດທີ 19 ສະວີເດັນເສຍດິນແດນປົກຄອງທາງຕາເວັນອອກໃຫ້ຣັດເຊຍ ແລະໃຫ້ເອກະລາດແກ່ປະເທດ ນໍເວ ໃນປີ 1905, ຫລັງຈາກນັ້ນ

ປະເທດສະວີເດັນ ບໍ່ເຄີຍເຂົ້າຮ່ວມການຕໍ່ສູ້ ເຮັດເສິກສົງຄາມນຳປະເທດໃດໆ. ທັງສົງຄາມໂລກຄັ້ງທີນຶ່ງ ແລະສອງ ສະວີເດັນຢູ່ເປັນກາງບໍ່ເຂົ້າຮ່ວມຝ່າຍໃດ

ເຮັດໃຫ້ເສດຖະກິດຫມັ້ນຄົງ ແລະມີການພັດທະນາ ປະດິດສ້າງເຕັກໂນໂລຍີຢ່າງໄວວາ. ມາຮອດປັດຈຸບັນ ຖ້າກ່າວເຖິງປະເທດສະວີເດັນ

ຫລາຍຄົນກໍຕ້ອງຄຶດເຖິງ ຮາງວັນ Nobel, ລົດ Volvo, ໂທລະສັບ Ericsson ຍັງມີອີກຫລາຍຢ່າງທີ່ເຮົາອາດບໍ່ຮູ້ເຊັ່ນ: ໄມ້ຂີດໄຟ, ເຈ້ຍບັນຈຸເຄື່ອງດື່ມ

(TrtraPak), ຫົວໃຈທຽມ (Pacemaker), ອຸປະກອນຄອມພິວເຕີ້ເຊັ່ນ Mouse ແລະ Bluetooth.


ສະວີເດັນຍັງມີຊື່ສຽງ ເລື່ອງການເສຍພາສີ ເປັນປະເທດທີ່ເກັບພາສີສູງທີ່ສຸດໃນໂລກ ແລະມີພາສີຕໍ່ສິນຄ້າອຸປະໂພກ ບໍລິໂພກ ທຸກຊະນິດຫລາຍຫນ້ອຍ

ຂື້ນກັບຄວາມຈຳເປັນໃນຊີວິດປະຈຳວັນ ແລະຄວາມເປັນພິດຕໍ່ສິ່ງແວດລ້ອມ ເຊັ່ນ ນ້ຳມັນ (ລົດ) ເຊິ່ງມີພາສີຫລາຍກວ່າທົບເຄິ່ງຕໍ່ອາຫານການກິນ

ທີ່ເປັນຂອງຈຳເປັນຕໍ່ຊີວິດປະຈຳວັນ ເສຍພາສີຢ່າງຕ່ຳ 30 ສ່ວນຮ້ອຍ. ເຄື່ອງດື່ມ ປະເພດນ້ຳຫວານ ແລະເຫລົ້າ ມີພາສີສູງ

ໂດຍສະເພາະເຫລົ້າຕ້ອງເສຍພາສີຕາມຄວາມແຮງຂອງເຫລົ້າ.


ສະວີເດັນເປັນປະເທດທີ່ມີລະບົບການປົກຄອງແບບຣາຊາທິປະໄຕ ພາຍໃຕ້ລັດຖະທຳມະນູນ. ລັດຖະບານຄວບຄຸມຄຸ້ມຄອງ

ການເປັນຢູ່ຂອງປະຊາຊົນ ເງິນຈາກພາສີອຳນວຍໃຫ້ປະຊາຊົນໄດ້ຮັບການສຶກສາ ແລະສາທາລະນະສຸກ ຢ່າງທົ່ວເຖິງໂດຍບໍ່ມີການໃຊ້ຈ່າຍ

ນອກຈາກຄ່າທຳນຽມເທົ່ານັ້ນ.


ສິ່ງນຶ່ງທີ່ຫນ້າປະທັບໃຈໃນລັດຖະບານສະວີເດັນ ແມ່ນຄວາມຫ່ວງໃຍຕໍ່ຊາວຫນຸ່ມ ເຊິ່ງເປັນປະຊາກອນສ່ວນຫນ້ອຍ ແຕ່ແນ່ນອນເປັນສ່ວນທີ່ສຳ

ຄັນທີ່ສຸດຂອງປະເທດ. ຊາວຫນຸ່ມສະວີເດັນ ມີບັດປະຈຳໂຕໄດ້ຕອນອາຍຸ 16 (ແລ້ວແຕ່ຊະນິດລົດ) ມີສິດເລືອກຕັ້ງຕອນອາຍຸຄົບ 18 ປີ

ແລະມີສິດກິນເຫລົ້າໄດ້ ແຕ່ບໍ່ມີສິດຊື້ເຫລົ້າ ຫລືເຂົ້າຮ້ານເຫລົ້າ ສະຖານບັນເທີງໄດ້ຈົນກວ່າອາຍຸ 20 ປີ.


ຮ້ານຄ້າເຫລົ້າເປັນຂອງລັດຖະບານ (ບໍ່ມີຂອງເອກະຊົນ ຄືບ້ານເຮົາ) ເຊິ່ງ ໄຂ-ອັດ ເປັນເວລາປົກກະຕິ 9 ໂມງເຊົ້າ ຮອດ 6 ໂມງແລງ

ແລະບາງບ່ອນເທົ່ານັ້ນທີ່ໄຂວັນເສົາ (ເຄິ່ງມື້). ຍ້ອນເຫັນຜົນກະທົບຂອງເຫລົ້າຕໍ່ປະຊາກອນຂອງຊາດ ຈາກປະສົບການຫລາຍສິບປີກ່ອນ ຕົ້ນປີ 90

ເສດຖະກິດຕົກຕ່ຳ ມີຄົນຫວ່າງວຽກຫລາຍ ແລະເລີ່ມເປັນບັນຫາສັງຄົມ ໃນຄຸ້ມນຶ່ງມີຮ້ານຂາຍເຫລົ້າຂອງລັດພຽງຮ້ານດຽວ

ແຕ່ກໍເຮັດໃຫ້ຄົນເຂດນັ້ນຕິດເຫລົ້າຫລາຍ ເປັນເຫດໃຫ້ມີອາດຊະຍາກຳເກີດຂຶ້ນທຸກມື້ ດັ່ງນັ້ນ ລັດຖະບານຈຶ່ງ ຕັດສິນປິດຮ້ານຂາຍເຫລົ້າ

ເວລາຜ່ານໄປບໍ່ພໍທໍ່ໃດປີ ເຂດດັ່ງກ່າວກາຍເປັນເຂດທີ່ຫນ້າຢູ່ ແລະບໍ່ມີຂີ້ລັກປຸ້ນຈີ້ອີກເລີຍ. ຈາກປະສົບການນັ້ນ ລັດຖະບານຈຶ່ງໄດ້ເອົາໃຈໃສ່

ຈຳກັດຈຳນວນຮ້ານ ແລະເວລາໄຂບໍລິການ. ອີກກໍລະນີນຶ່ງ ທີ່ເກີດຂຶ້ນບໍ່ດົນມານີ້ ແມ່ນສະຖານບັນເທີງແຫ່ງນຶ່ງໃນໂຕເມືອງ ເຊິ່ງຂາຍເບຍລາຄາຖືກໂພດ

(ລາຄາປະມານ 40,000ກີິບຕໍ່ຈອກ ຈາກລາຄາປົກກະຕິແມ່ນປະມານ 100,000ກີບຕໍ່ຈອກ) ເຊິ່ງເຮັດໃຫ້ໄວຫນຸ່ມພາກັນໄປຮ້ານນັ້ນຫລາຍ

ແລະມີການເມົາອາລະວາດຕີກັນເລື້ອຍໆ ດັ່ງນັ້ນໃນເວລາບໍ່ດົນ ຮ້ານບັນເທີງແຫ່ງນັ້ນ ຈຶ່ງຖືກປິດ ຍ້ອນມີເຈດຕະນາເບື່ອເມົາຊາວຫນຸ່ມ.


ນອກນີ້ ເຂົາເຈົ້າກໍຍັງເອົາຈິງເອົາຈັງກັບການຂັບຂີ່ພາຫະນະ. ຫລາຍປະເທດພັດທະນາແລ້ວ ແລະກຳລັງພັດທະນາ

ມີກຳນົດປະລິມານສູງສຸດເຫລົ້າໃນເລືອດ (BAC) ຕໍ່ຜູ້ຂັບຂີ່ລົດ ເຊັ່ນ ອາເມຣິກາ, ອັງກິດ ແລະມາເລເຊຍ ມີກຳນົດ 0,08% (BAC) ບໍ່ກາຍ

ເບຍຫ້າກະປ໋ອງ, ປະເທດອົດສະຕາລີ ແລະໄທ ມີກຳນົດ 0,05% (BAC) ບໍ່ກາຍເບຍສອງກະປ໋ອງ, ແຕ່ສະວີເດັນ ມີກຳນົດພຽງແຕ່ 0,02% ເທົ່ານັ້ນ

ເຊິ່ງເທົ່າກັບເບຍເຄິ່ງກະປ໋ອງ. ການປັບໄຫມຄົນຂັບລົດ ທີ່ມີປະລິມານເຫລົ້າໃນເລືອດຫລາຍນັ້ນ ກໍຮຸນແຮງເຖິງຂັ້ນຕິດຄຸກ

ແລະເສຍສິດຂັບຂີ່ເປັນເວລາຫລາຍປີ. ນອກນີ້ບໍ່ແມ່ນແຕ່ລົດຈັກ ແລະລົດໃຫຍ່ເທົ່ານັ້ນ ຖ້າເມົາແລ້ວ ຂີ່ລົດຖີບ ກໍຍັງສາມາດຖືກຍຶດໃບຂັບຂີ່ລົດໃຫຍ່ໄດ້ອີກ

ຖ້າມີ. ເພາະເຂົາເຈົ້າເປັນຫ່ວງເປັນໄຍຊີວິດຄວາມປອດໄພ ຂອງຫມົດທຸກຄົນ.


ຢ່າງໃດກໍດີ ເຖິງວ່າລັດຖະບານຈະຄວບຄຸມ ແລະຄຸ້ມຄອງປະຊາຊົນເທົ່າໃດກໍຕາມ ແຕ່ຖ້າປວງຊົນບໍ່ໃຫ້ຄວາມຮ່ວມມື

ແລະບໍ່ເຫັນຄວາມສຳຄັນຂອງກົດລະບຽບ ກົດຫມາຍຈະຫນັກແຫນ້ນທໍ່ໃດ ກໍບໍ່ສາມາດລ້ອມໄວ້ໄດ້ຫມົດ. ຄົນທີ່ມີການສຶກສາ ມີຄວາມສຳນຶກ

ຮູ້ຮັບຜິດຊອບທັງຊີວິດຕົນເອງແລະຜູ້ອື່ນ ບໍ່ຈຳເປັນຕ້ອງເອົາກົດຫມາຍມາບັງຄັບ. ເພາະຄຶດໃນອີກແງ່ນຶ່ງ ບ່ອນໃດທີ່ມີກົດລະບຽບຫລາຍ

ກໍສະທ້ອນໃຫ້ເຫັນວ່າບ່ອນນັ້ນ ທີຄົນເຮັດຜິດກົດຫມາຍຫລາຍ ຄົນທີ່ເຮັດຜິດກົດຫມາຍນັ້ນສະແດງວ່າຄົນຜູ່ນັ້ນ ບໍ່ມີສາມັນສຳນຶກ, ບໍ່ມີວັດທະນະທຳ

ບໍ່ມີຄວາມເປັນມະນຸດຫລົງເຫລືອຢູ່.

No comments: