ລົມກັນ

Friday, November 28, 2008

ແກ໋ງໄວຫນຸ່ມອາລະວາດຕີກັນ ເສຍຊີວິດ 1 ຄົນ

ຂ່າວຈາກຫນັງສືພິມລາວພັດທະນາ ສະບັບວັນທີ 25 ພະຈິກ 2008 ໃຫ້ຮູ້ວ່າ ປກສ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃຫ້ຂໍ້ມູນມາວ່າ: ເຫດການສະເທືອນຂວັນດັ່ງກ່າວໄດ້ເກີດຂຶ້ນໃນເວລາເກືອບທ່ຽງຄືນຂອງວັນທີ 16 ພະຈິກ ທີ່ຜ່ານມາ ຢູ່ຮ້ານອາຫານນ້ຳນຶ່ງ ບ້ານໂພນຄຳ ເມືອງນາຊາຍທອງ, ເມື່ອແກ໋ງໄວຫນຸ່ມຈາກບ້ານອີ່ໄລຈຳນວນ 7 ຄົນ ແລະແກ໋ງໄວຫນຸ່ມຈາກບ້ານໂພນມ່ວງ ປະມານ 10 ຄົນ ເຊິ່ງພວມນັ່ງດື່ມເບຍຢູ່ຮ້ານດັ່ງກ່າວດ້ວຍຄວາມມຶນເມົາ ແລ້ວເກີດຜິດຖຽງກັນຮຸນແຮງ ເປັນເຫດໃຫ້ມີການປະທະກັນ ເຊິ່ງທັງສອງຝ່າຍຕ່າງໃຊ້່ງ້າວເປັນອາວຸດເຂົ້າຟັນກັນ,​ຝ່າຍໄວຫນຸ່ມບ້ານໂພນມ່ວງໃຊ້ງ້າວ ຟັນເຂົ້າກະໂຫລກຫົວຂອງ ທ້າວປານ ອາຍຸ 20 ປີ ຢູ່ບ້ານອີ່ໄລໃຕ້ຈົນເສຍຊີວິດຄາທີ່ ແລະຝ່າຍໄວຫນຸ່ມບ້ານອີ່ໄລກໍໃຊ້ງ້າວຟັນຖືກຫົວທ້າວ ໂບ້ ຈົນເຈັບສາຫັດ.

ປັດຈຸບັນເຈົ້າຫນ້່າທີ່ພວມນຳຈັບຫົວໂປ່ແກ໋ງໄວຫນຸ່ມດັ່ງກ່າວ ທີ່ພວມຫລົບຫນີເພື່ອນຳມາດຳເນີນຄະດີໃຫ້ໄດ້.

ນອກນີ້ເຈົ້າຫນ້າທີ່ ປກສ ເມືອງນາຊາຍທອງ ຍັງໃຫ້ຮູ້ຕື່ມວ່າ: ການອາລະວາດຕີກັນຂອງຂະບວນ ແກ໋ງໄວຫນຸ່ມ ຕາມຮ້ານກິນດື່ມ ນັບມ໋ື້ນັບຮຸນແຮງຂຶ້ນ ເນື່ອງຈາກບັນດາຮ້ານອາຫານ ກິນດື່ມເຫລົ່ານັ້ນຈຳນວນນຶ່ງ ດຳເນີນກິດຈະການໂດຍບໍໄດ້ຮັບການອະນຸຍາດ ຈຶ່ງເຮັດໃຫ້ການຄຸ້ມຄອງ ແລະກວດກາພົບຄວາມຫຍຸ້ງຍາກ.

ນັບແຕ່ບຸນນະມັດສະການພະທາດຫລວງເປັນຕົ້ນມາ ສະເພາະບ້ານສົງເປືອຍ ເກີດມີການອາລະວາດຕີກັນເຖິງ 3 ເທື່ອ ຈົນເຮັດໃຫ້ອຳນາດການປົກຄອງເມືອງສັ່ງປິດຮ້ານກິນດື່ມເຫລົ່ານັ້ນມາແລ້ວ 2 ຮ້ານ ແລະອີກຈຳນວນນຶ່ງ ແມ່ນໄດ້ເອີ້ນເຈົ້າຂອງຮ້ານມາຕັກເຕືອນ ແລະສຶກສາອົບຮົມ.

ໂຈນຫັກຫລັງໂຈນ

ຕາມຂ່າວຈາກ ຫນັງສືພິມ ລາວພັດທະນາ ສະບັບວັນທີ 25 ພະຈິກ 2008 ທາງເຈົ້າຫນ້າທີ່ ປກສ ເມືອງຈັນທະບູລີ ເປີດເຜີຍວ່າ: ຍ້ອນໂຈນ ຈຶ່ງສາມາດຈັບໂຈນໄດ້.

ເຫດການດັ່ງກ່າວເກີດຂຶ້ນເມື່ອຕົ້ນເດືອນຕຸລາທີ່ຜ່ານມາ, ຜູ້ເປັນໂຈນທັງສອງຄື: ທ້າວ ອັກສອນສະຫວັນ ອາຍຸ 20 ປີ ຢູ່ບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ແລະ ທ້າວ ແບ໋ງ ອາຍຸ 26 ປີ ຢູ່ບ້ານນາຄອງ ເມືອງທຸລະຄົມ ແຂວງວຽງຈັນ ທີ່ມາພັກເຊົາຢູ່ບ້ານສີບຸນເຮືອງ, ທັງສອງໄດ້ປຶກສາຫາລື ວາງແຜນກັນ ເຂົ້າໄປລັກເຄື່ອງໃນຮ້ານ ຄອມພິວເຕີ້ແຫ່ງນຶ່ງ ຢູ່ບ້ານສະຫວ່າງເມືອງຈັນທະບູລີ.

ເມື່ອຮູ້ເປົ້າຫມາຍ ແລະວາງແຜນລະອຽດແລ້ວ ທ້າວອັກສອນສະຫວັນ ເລີຍຫັກຫລັງຫມູ່ ແທນທີ່ຈະໄປລັກພ້ອມກັນ ຕົນຊ້ຳຜັດສວຍໂອກາດລົງມືກ່ອນ ເຊິ່ງໄດ້ລັກເອົາ ຄອມພິວເຕີ້ຕັ້ງໂຕະ 1 ຫນ່ວຍ, Laptop 1 ຫນ່ວຍ, ກ້ອງຖ່າຍຮູບ Digital 1 ຫນ່ວຍ: Harddisk 1 ອັນ, ໂທລະສັບມືຖື 2 ຫນ່ວຍ ແລະເງິນສົດ 15,600 ບາດ. ເມື່ອທ້າວ ແບ໋ງ ຮູ້ເລື່ອງດັ່ງກ່າວກໍເກີດໂມໂຫ ທີ່ຫມູ່ຫັກຫລັງ ເລີຍໂທໄປຫາເຈົ້າຂອງຮ້ານເພື່ອຂູ່ເອົາເງິນ ໂດຍບອກເຈົ້າຂອງວ່າ ຕົນຮູ້ລາຍລະອຽດວ່າໃຜລັກເຄື່ອງ ຖ້າຢາກຮູ້ໃຫ້ເອົາເງິນມາໃຫ້ ຈຳນວນ 5000 ບາດ ແລ້ວຈະບອກເລື່ອງທັງຫມົດ.

ເມື່ອເປັນເຊັ່ນນັ້ນ ທາງເຈົ້າຂອງຮ້ານ ຈຶ່ງໄດ້ໂທລະສັບແຈ້ງເຈົ້າຫນ້າທີ່ຕຳຫລວດ ເພື່ອສືບຫາຄົນຮ້າຍລາຍດັ່ງກ່າວ, ຈາກນັ້ນເຈົ້າຫນ້າທີ່ກໍສາມາດນຳຈັບ ທ້າວອັກສອນສະຫວັນ ມາດຳເນີນຄະດີຕາມກົດຫມາຍບ້ານເມືອງໄດ້ ແລະຕົກມາຮອດກາງເດືອນຕຸລາ ຈຶ່ງສາມາດນຳຈັບທ້າວແບ໋ງ ແລະພັກພວກອີກສອງຄົນໄດ້ ແລະພວກກ່ຽວກໍໄດ້ສາລະພາບວ່າ ນອກຈາກຮ້ານນີ້ແລ້ວ ຫວ່າງເດືອນສິງຫາທີ່ຜ່ານມາກໍໄດ້ລັກເຄື່ອງຢູ່ຮ້ານຄອມພິວເຕີ້ ອີກແຫ່ງນຶ່ງມາກ່ອນແລ້ວ.

ປັດຈຸບັນທາງເຈົ້າຫນ້່າທີ່ພວມດຳເນີນຄະດີກັບພວກກ່ຽວຕາມລະບຽບກົດຫມາຍ ສ່ວນເຄື່ອງທີ່ລັກມາ ແມ່ນໄດ້ມອບໃຫ້ທາງຮ້ານຄືນ ເຊິ່ງເຄື່ອງທັງຫມົດແມ່ນຍັງຢູ່ຄົບ ເພາະທ້າວອັກສອນສະຫວັນບໍ່ທັນໄດ້ເອົາໄປຂາຍເທື່ອ ຍັງເຊື່ອງໄວ້ຢູ່ພາຍໃນເຮືອນຂອງຕົນເອງ ແຕ່ເງິນຈຳນວນ 15,600 ບາດ ແມ່ນໃຊ້ຈ່າຍຫມົດແລ້ວ.

ນີ້ລະຄວາມໂລບມາກໂລພາ ອິດສາບັງບຽດ ສຸດທ້າຍກໍຖືກຈັບໄດ້ ເຮັດຜິດຍ່ອມຫນີບໍ່ລອດ.

Saturday, November 22, 2008

ພະຍາດອັກເສບຕັບລະບາດຢູ່ແຂວງວຽງຈັນ ພົບຜູ້ປ່ວຍ 200 ກວ່າຄົນ

ຕາມຂໍ້ມູນຈາກ ຫນັງສືພິມ ເສດຖະກິດ-ສັງຄົມ ສະບັບວັນທີ 21/11/08

ທ່ານ ນາງ ດຣ. ຈັນຫອມ ຄອນສະຫວັນ ຫົວຫນ້າຂະແຫນງເດັກຕຶກພາຍໃນ ທັງເປັນຜູ່ຮັບຜິດຊອບວຽກງານ ລະບາດວິທະຍາຂອງໂຮງຫມໍແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ ນັບແຕ່ວັນທີ 11-16 ຕຸລາ 2008 ທີ່ຜ່ານມາ ໄດ້ມີຄົນເຈັບເຂົ້າມາກວດພະຍາດ ແລະປິ່ນປົວ ເນື່ອງຈາກເປັນພະຍາດອັກເສບຕັບ A ຢູ່ໂຮງຫມໍແຂວງວຽງຈັນເຖິງ 200 ກວ່າຄົນ ເຊິ່ງການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ກວມເອົາ 7 ເມືອງຄື:

- ເມື່ອງວຽງຄຳ 82 ກໍລະນີ.
- ເມືອງແກ້່ວອຸດົມ 54 ກໍລະນີ.
- ເມືອງໂພນໂຮງ 42 ກໍລະນີ.
- ເມືອງທຸລະຄົມ 30 ກໍລະນີ.
- ເມືອງຫີນເຫີບ 4 ກໍລະນີ.
- ເມືອງວັງວຽງ 1 ກໍລະນີ.
- ເມືອງເຟືອງ (ບໍ່ຮູ້ໂຕເລກແນ່ນອນ).

ປະຈຸບັນຍັງບໍ່ມີລາຍງານວ່າມີຜູ້ເສຍຊີວິດຍ້ອນ ພະຍາດດັ່ງກ່າວເທື່ອ ເຊິ່ງຜູ້ເຈັບເປັນສ່ວນໃຫຍ່ແມ່ນຢູ່ໃນເກນອາຍຸ 10-20 ປີ ຮອງລົງມາແມ່ນ ຕ່ຳກວ່າ 10 ປີ ແລະສູງກວ່າ 20 ປີມີຈຳນວນຫນ້ອຍນຶ່ງ.

ສາເຫດຂອງການແຜ່ລະບາດຄັ້ງນີ້ ມາຈາກນ້ຳ ແລະອາຫານບໍ່ສະອາດທີ່ປົນເປື້ອນພະຍາດດັ່ງກ່າວ ເຊິ່ງຕິດຕໍ່ຈາກການໃຊ້ພາຊະນະຮ່ວມກັນ ເຊັ່ນຖ້ວຍບ່ວງຈອກ ແລະວິດຖ່າຍທີ່ບໍ່ສະອາດ.

ອາການຂອງຄົນທີ່ເປັນພະຍາດຕັບອັກເສບເອ ແມ່ນມີອາການລ່າເຫລືອງຜິດປົກກະຕິ, ນ້ຳປັດສະວະມີສີເຂັ້ມ, ເມື່ອຍເພຍ, ປວດຮາກ ແລະກິນເຂົ້າບໍ່ແຊບ, ເຈັບທ້ອງ, ເຈັບຈຸກຢູ່ທ້ອງເບື້ອງຂວາ. ທ່ານນາງ ດຣ. ຈັນຫອມ ຄອນສະຫວັນ ໄດ້ແນະນຳໃຫ້ປະຊາຊົນໃນເຂດດັ່ງກ່າວຈົ່ງເພີ່ມຄວາມລະວັງໃນການກິນຢູ່ ຕ້ອງກິນອາຫານສະອາດ ຕົ້ມນ້ຳໃຫ້ສຸກ ແລະໃຊ້ວິດຖ່າຍ ສຳຄັນລ້າງມືໃຫ້ສະອາດທຸກຄັ້ງ ແລະຮັກສາອະນາໄມ ພາຊະນະໃສ່ຂອງກິນ.

ສະບາຍດີ

ສະບາຍດີພໍ່ແມ່ພີ່ນ້ອງ ບໍ່ໄດ້ມາວົນມາສົນນຳ ບລ໋ອກນີ້ດົນແລ້ວ
ພໍດີຊ່ວງນີ້ເຫັນໃຜບາງຄົນເພິ່ນຂຽນ ບລ໋ອກລະໄປກ໋ອບຂອງໃຜມາບຸ 555 ກະເລີຍຄຶດຢາກຂຽນອີກ
ແຕ່ຄືສິບໍ່ຂຽນຄື a8 ຫລື ອາວພະນົມສິນດອກ ຈະເນັ້ນຂ່າວສານບ້ານເມືອງໂດຍສະເພາະເລີຍສະ
ກະອາດມີເລື່ອງອື່ນໆມາປົນນຳ ເອົາເປັນວ່າໃຜຢາກຮູ້ຂ່າວສານບ້ານເມືອງລາວເຮົາ
ກະສາມາດເຂົ້າມາອ່ານມາປະກອບຄຳເຫັນ ຫລືຢາກເປັນ ຄົນຂຽນຂ່າວລົງຊ່ອຍ
ກໍສົ່ງເມລມາໄດ້ເລີຍ ຊິໃຫ້ປະກອບສ່ວນຊ່ອຍເນາະ.

ຂ່າວຫລັກໆກໍຄືສິອາໄສ ຈາກຫນັງສືພິມ ແລະບາງອັນທີ່ຫາມາເອງ
ທັງນີ້ທັງນັ້ນ ກໍເພື່ອໃຫ້ຄົນມັກຫລິ້ນອິນເຕີເນັດໄດ້ຮູ້ຄວາມເປັນໄປຂອງບ້ານເມືອງຫລາຍຂຶ້ນ
ມີເຫດການຫຍັງໃຫມ່ໆເກີດຂຶ້ນ ມີປະກົດການຫຍໍ້ທໍ້ຫຍັງໃນສັງຄົມ
ໃຫ້ທຸກຄົນອ່ານແລ້ວປະກອບສ່ວນຊ່ອຍກັນສ້າງສາສັງຄົມລາວໃຫ້ດີຂຶ້ນເລື້ອຍ
ຂອບໃຈເທົ່ານີ້ລະ ຂຽນຫລາຍຍາວ